Tour Operators and Travel Agents

ລືມລະຫັດຜ່ານບໍ?

Organisation

Founded in 2007, the Travelife Sustainability System  is an initiative dedicated to promoting sustainable practices within the travel and tourism industry.

ຈຸດເລີມຕົ້ນຂອງ ທຣາເວວໄລຟ໌ ແມ່ນເລີມຈາກການມີບົດບາດສຳຄັນຂອງຜູ້ປະກອບການທ່ອງທ່ຽວ ແລະ ບໍລິສັດຕາງໜ້າທ່ອງທ່ຽວຕ່າງໆ ໃນຕ່ອງໂສ້ຜູ້ສະໜອງໃນອຸດສາຫະກຳການທ່ອງທ່ຽວ. ບົດບາດທີ່ເປັນເອກະລັກຂອງເຂົາເຈົ້າ ເຮັດໃຫ້ເຂົາເຈົ້າມີອິດທິພົນຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ. ນະໂຍບາຍການຈັດຊື້  ແລະ ການພັດທະນາປາຍທາງການທ່ອງທ່ຽວ ທີ່ເຮັດໃຫ້ເຂົາເຈົ້າມີສ່ວນຮ່ວມຫຼາຍທີ່ສຸດ ຕໍ່ກັບການພັດທະນາທີ່ີມີຄວາມຍືນຍົງ ແລະ ການປົກປັກຮັກສາສິ່ງແວດລ້ອມ ແລະ ວັດທະນະທຳໃນສະຖານທີ່ປາຍທາງການທ່ອງທ່ຽວ. ທຣາເວວໄລຟ໌ ມີເປົ້າໝາຍທີ່ຈະສະເໜີວິທີການ ແລະ ເຄື່ອງມືຕ່າງໆ ໃຫ້ກັບບັນດາບໍລິສັດ ຫຼື ຜູ້ປະກອບການ ເພື່ອສ້າງການປ່ຽນແປງໃນທາງບວກແກ່ທຸລະກິດຂອງເຂົາເຈົ້າ

ທຣາເວວໄລຟ໌ ໄດ້ແຍກລະບົບອອກເປັນສອງລະບົບການຄຸ້ມຄອງຄວາມຍືນຍົງແຕ່ທັງສອງແມ່ນມີຄວາມກ່ຽວຂ້ອງກັນ, ແນໃສ່ບໍລິສັດທ່ອງທ່ຽວ ແລະ ທີ່ພັກແຮມ:

ລະບົບ ທຣາເວວໄລຟ໌ ໃນການຄຸ້ມຄອງຄວາມຍືນຍົງ ຂອງຜູ້ປະກອບການທ່ອວທ່ຽວ ແລະ ບັນດາບໍລິສັດຕາງໜ້າການທ່ອງທ່ຽວ

ດໍາເນີນການໂດຍໂຄງການ ECEAT-Projects, ລະບົບດັ່ງກ່າວສະຫນອງການຝຶກອົບຮົມ ແບບອອນລາຍ ແລະເຄື່ອງມືປະຕິບັດສໍາລັບ ການວາງແຜນການຄຸ້ມຄອງຄວາມຍືນຍົງ, ການບໍລິຫານຄຸ້ການມຄອງ ແລະ ການລາຍງານ. ການຝຶກອົບຮົມ ແລະ ເຄື່ອງມື ແມ່ນມິຄວາມເຫມາະສົມສໍາລັບບໍລິສັດທຸກຂະຫນາດ ແລະ ກວມເອົາທຸກຂົງເຂດການຄຸ້ມຄອງພາຍໃນຂອງທຸລະກິດການທ່ອງທ່ຽວລວມທັງການດໍາເນີນງານພາຍໃນຫ້ອງການ, ລະບົບຕ່ອງໂສ້ຜູ້ສະຫນອງ, ຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຜູ້ບໍລິໂພກ. ເມື່ອປະຕິບັດຕາມມາດຕະຖານ ຂອງ ທຣາເວວໄລຟ໌ Travellife ສໍາລັບຜູ້ປະກອບການທ່ອງທ່ຽວ ແລະ ບັນດາບໍລິສັດຕາງໜ້າການທ່ອງທ່ຽວ, ບໍລິສັດທ່ອງທ່ຽວສາມາດໄດ້ຮັບສະຖານະ "Travelife Partner" ຫຼື "Travellife Certified".

ການຄຸ້ມຄອງຂອງ ທຣາເວວໄລຟ໌ ຮຽກຮ້ອງໃຫ້ ໄດ້ປະສິດທິພາບຕາມມາດຕະຖານ ISO 14001 ແລະ EMAS III ຂັ້ນພື້ນຖານ. ຂໍ້ກໍານົດດ້ານປະສິດທິພາບປະກອບມີຊຸດເຕັມຂອງ ISO 26000 ແລະ OECD ຄໍາແນະນໍາກ່ຽວກັບຄວາມຮັບຜິດຊອບຕໍ່ສັງຄົມຂອງບໍລິສັດ ເຊິ່ງປະກອບມີເງື່ອນໄຂແຮງງານ, ສິດທິມະນຸດ, ສິ່ງແວດລ້ອມ, ຊີວະນາໆພັນແລະ ການປະຕິບັດທຸລະກິດທີ່ມີຄວາມເປັນທໍາ.

ທຣາເວວໄລຟ໌ ເຮັດວຽກຢ່າງໃກ້ຊິດກັບ ອຸດສາຫະກໍາທ່ອງທ່ຽວ ເພື່ອແນະນໍາ ແລະ ສົ່ງເສີມໂຄງການ. ຫຼາຍກວ່າ 15 ສະມາຄົມການທ່ອງທ່ຽວແຫ່ງຊາດ ແລ້ວທີ່ສົ່ງເສີມ ລະບົບ ທຣາເວວໄລຟ໌ ໃຫ້ກັບ ບັນດາສະມາຊິກຂອງພວກເຂົາ.

ລະບົບທຣາເວວໄລຟ໌ ນີ້ຖືກຄຸ້ມຄອງໂດຍ ອົງການ ECEAT-Projects, ອົງການບໍ່ຫວັງຜົນກຳໄລ ທີ່ຕັ້ງຢູ່ໃນປະເທດເນເທີແລນ.

ລະບົບການຄຸ້ມຄອງຄວາມຍືນຍົງຂອງ ທຣາເວວໄລຟ ສຳລັບໂຮງແຮມ ແລະ ທີ່ພັກແຮມ

ທຣາເວວໄລຟ໌ ແມ່ນໂຄງການ ການຢັ້ງຢືນ, ອຸທິດຕົນເພື່ອໃຫ້ບັນລຸການປະຕິບັດແບບຍືນຍົງພາຍໃນອຸດສາຫະກໍາການທ່ອງທ່ຽວ. ມີຈຸດປະສົງເພື່ອໃຫ້ບໍລິສັດບັນລຸເປົ້າຫມາຍຄວາມຍືນຍົງທີ່ແທ້ຈິງ, ສະໜອງເຄື່ອງມື ແລະ ວິທີແກ້ໄຂ ເພື່ອຈັດຕັ້ງປະຕິບັດການປ່ຽນແປງໃນທາງບວກພາຍໃນທຸລະກິດ ແລະ ບັນດາຕ່ອງໂສ້ຜູ້ສະໜອງຂອງພວກເຂົາ. ລະບົບດັ່ງກ່າວແມ່ນຄຸ້ມຄອງໂດຍ ABTA - ສະມາຄົມການທ່ອງທ່ຽວໃນປະເທດອັງກິດ.

ລະບົບ ທຮາເວວໄລຟ໌ ສຳລັບໂຮງແຮມ ແລະ ທີ່ພັກແຮມ ແມ່ນຂະບວນການຢັ້ງຢືນທີ່ຊ່ວຍໃຫ້ໂຮງແຮມ ແລະ ທີ່ພັກບໍລິຫານຈັດການ ແລະ ຕິດຕາມຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ພ້ອມທັງ ສື່ສານຜົນສຳເລັດຂອງພວກເຂົາໃຫ້ກັບລູກຄ້າ.

ລະບົບ ທຮາເວວໄລຟ໌ ສຳລັບໂຮງແຮມ ແລະ ທີ່ພັກແຮມ ສະຫນອງການສະຫນັບສະຫນູນຫຼາຍຢ່າງເພື່ອຊ່ວຍໃຫ້ສະມາຊິກກ້າວໄປສູ່ການກວດສອບໂດຍຜູ້ກວດສອບພາຍນອກຂອງເຂົາເຈົ້າ, ລວມທັງການກວດສອບຄວາມຍືນຍົງຜ່ານທາງອອນລາຍໂດຍອີງໃສ່ມາດຕະຖານຂອງບັນດາປະເທດ ເອີຣົບ ແລະ ສາກົນ, ເຊິ່ງເຮັດໃຫ້ໂຮງແຮມສາມາດຈັດການກັບປະສິດທິພາບໃນການຄຸ້ມຄອງການປະຕິບັດ ແລະ ຕິດຕາມຄວາມຄືບຫນ້າຂອງພວກເຂົາໄດ້. ເມື່ອລົງຂໍ້ມູນສະໝັກແລ້ວ, ສະຖານທີ່ທີ່ພັກຈະໄດ້ຮັບການກວດສອບ, ສິ່ງແວດລ້ອມ ແລະ ສັງຄົມ ຈາກຜູ້ກວດສອບພາຍນອກ ແບບເປັນທາງການ, ແລະ ຖ້າພວກເຂົາປະຕິບັດຕາມມາດຕະຖານເງື່ອນໄຂຂອງລະບົບຄວາມຍືນຍົງຄົບຖ້ວນ, ເຂົາເຈົ້າຈະໄດຮັບ ການຢັ້ງຢືນ Travellife Gold. ຫຼັງຈາກນັ້ນ, ການຢັ້ງຢືນນີ້ສາມາດໃສ່ເຂົ້າໃນແຜ່ນພັບ, ຢູ່ໃນເວັບໄຊທ໌ຂອງເຂົາເຈົ້າ ຫຼື ການສື່ສານໃຫ້ກັບລູກຄ້າໃນຮູບແບບອື່ນໆ, ເຊັ່ນດຽວກັນກັບການສະແດງເອກະສານການຢັ້ງຢືນ ຂອງ ທຣາເວວໄລຟ Travellife ຂອງເຂົາເຈົ້າຢູ່ໃນພື້ນທີ່ສາທາລະນະໃນຂົງເຂດພືນທີ່ຂອງໂຮງແຮມຂອງເຂົາເຈົ້າ.

ລະບົບ ທຮາເວວໄລຟ໌ ສຳລັບໂຮງແຮມ ແລະ ທີ່ພັກແຮມ ເປັນໂຄງການ ການຢັ້ງຢືນອັນດຽວທີ່ເຮັດວຽກຮ່ວມກັບບໍລິສັດທ່ອງທ່ຽວ, ທັງໃນອັງກິດ ແລະ ຕ່າງປະເທດ, ທຸກຄົນໃຊ້ ທຮາເວວໄລຟ໌ Travellife ເພື່ອຄຸ້ມຄອງ ໂຮງແຮມ ແລະ ທີ່ພັກຂອງຜູ້ສະໜອງຂອງເຂົາເຈົ້າ. ສໍາລັບຂໍ້ມູນເພີ່ມເຕີມຄລິກທີ່ນີ້.here.

ການກໍ່ຕັ້ງລະບົບ ທຮາເວວໄລຟ໌ ສຳລັບໂຮງແຮມ ແລະ ທີ່ພັກແຮມ ເປັນໂຄງການ ການຢັ້ງຢືນອັນດຽວທີ່ເຮັດວຽກຮ່ວມກັບບໍລິສັດທ່ອງທ່ຽວ, ທັງໃນອັງກິດ ແລະ ຕ່າງປະເທດ, ທຸກຄົນໃຊ້ ທຮາເວວໄລຟ໌ Travellife ເພື່ອຄຸ້ມຄອງ ໂຮງແຮມ ແລະ ທີ່ພັກຂອງຜູ້ສະໜອງຂອງເຂົາເຈົ້າ. ສໍາລັບຂໍ້ມູນເພີ່ມເຕີມຄລິກທີ່ນີ້.here.

Travelife ທຣາເວວໄລຟ໌ ໄດ້ຖືກເປີດຕົວໃນປີ 2007 ໂດຍ ABTA ສະມາຄົມການທ່ອງທ່ຽວຂອງອັງກິດ ແລະສະມາຄົມການທ່ອງທ່ຽວຂອງໂຮນລັງ ANVR, ໂດຍການສະໜັບສະໜູນຈາກມະຫາວິທະຍາໄລ Leeds Metropolitan (UK), Lund University (Sweden) ແລະ ECEAT-Projects, ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລຂອງໂຮນລັງທີ່ແນໃສ່ສົ່ງເສີມຄວາມຍືນຍົງໃນ ການ​ທ່ອງ​ທ່ຽ​ວ.

ວິທີການ ທຣາເວວໄລຟ໌ ໄດ້ຖືກພັດທະນາໃນລະຫວ່າງໂຄງການ LIFE project, ທີ່ໄດ້ຮັບການສະຫນັບສະຫນູນຈາກສະຫະພາບເອີຣົບ, ໂດຍອີງໃສ່ແນວຄວາມຄິດການຄຸ້ມຄອງຄວາມຍືນຍົງທີ່ພັດທະນາໂດຍ UNEP, ການລິເລີ່ມຂອງຜູ້ປະກອບການການທ່ອງທ່ຽວເພື່ອການພັດທະນາການທ່ອງທ່ຽວແບບຍືນຍົງ (TOI) ແລະປະສົບການກ່ອນຫນ້ານີ້ຂອງ ANVR ແລະ ABTA.

Page generated in 0.0269 seconds.