Tour Operators and Travel Agents

ລືມລະຫັດຜ່ານບໍ?

B2B Market

Travelife match-making offers comprehensive, reliable and up-to-date information about already sustainable businesses on the global market.

ໂຮງແຮມທີ່ໄດ້ຮັບການຢັ້ງຢືນຈາກ ທຣາເວວໄລຟ໌

ການເຮັດສັນຍາກັບໂຮງແຮມທີ່ໄດ້ຮັບການຢັ້ງຢືນ ຈາກ ທຣາເວວໄລຟ໌ ເປັນວິທີທີ່ງ່າຍທີ່ຈະເຮັດໃຫ້ຕ່ອງໂສ້ຜູ້ສະໜອງໃນເຂື່ອຄ່າຍຂອງທ່ານມີຄວາມຍືນຍົງຫຼາຍຂຶ້ນ.

ກຸ່ມລວບລວມຂອງ ທຣາເວວໄລຟ໌ ຈະນໍາສະເໜີພາບລວມຫຼ້າສຸດຂອງບັນດາໂຮງແຮມ ທີ່ໄດ້ຜ່ານການຢັ້ງຢືນຈາກ ທຣາເວວໄລຟ໌. ເຊິ່ງຈະປະກອບມີບັນດາໂຮງແຮມຈາກຫຼາຍແຫ່ງໃນທົ່ວໂລກ ທີ່ມີລາຍລະອຽດທີ່ກ່ຽວຂ້ອງກ່ຽວກັບສິ່ງ ອໍານວຍຄວາມສະດວກ ແລະ ການໃຫ້ບໍລິການ.

ຕະຫຼາດຂອງ ທຣາເວວໄລຟ໌  

ຕະຫຼາດຂອງ ທຣາໂວໄລຟ໌ ໄດ້ສະແດງໃຫ້ເຫັນພາບລວມໃນທົ່ວໂລກຂອງຜູ້ທີ່ສະໜອງທີ່ເປັນຕ່ອງໂສ້ດ້ານການທ່ອງທ່ຽວທີ່ໄດ້ຜ່ານການຢັ້ງຢືນດ້ານຄວາມຍືນຍົງ. ຜູ້ສະໜອງປະກອບມີທີ່ພັກແຮມ, ຕົວແທນບໍລິສັດທ່ອງທ່ຽວໃນທ້ອງຖິ່ນ (ຂາເຂົ້າ), ການລິເລີ່ມການທ່ອງທ່ຽວໂດຍຊຸມຊົນ ແລະ ຈຸດໝາຍປາຍທາງທີ່ມິການຄຸ້ມຄອງຄວາມຍືນຍົງ.

ເພື່ອຮັບປະກັນຄວາມໜ້າເຊື່ອຖືຂອງເຂົາເຈົ້າ, ຜູ້ສະໜອງທັງໝົດ ແມ່ນຈະໄດ້ຮັບໃບຢັ້ງຢືນຄວາມຍືນຍົງ ເພື່ອໃຫ້ເປັນທີ່ຍອມຮັບໃນທຸລະກິດ ຫຼື ໃນກໍລະນີຂອງການລິເລີ່ມຂອງການທ່ອງທ່ຽວຊຸມຊົນທີ່ແນະນໍາໂດຍ ອົງກອນພັດທະນາເອກະຊົນ, ອົງການຈັດຕັ້ງສາກົນ (NGO) ຫຼື ອົງກອນພັດທະນາທີ່ໜ້າເຊື່ອຖື.

ຕະຫຼາດຂອງ ທຣາໂວໄລຟ໌ ນໍາສະເໜີການໃຫ້ບໍລິການທີ່ຫຼາກຫຼາຍ ເພື່ອເຊື່ອມຕໍ່ລະຫວ່າງ ຜູ້ສະໜອງ ແລະ ຄວາມຕ້ອງການຂອງຕະຫຼາດ ແບບຍືນຍົງ. ຜູ້ປະກອບການດ້ານການທ່ອງທ່ຽວ ຈະໄດ້ຮັບການສະໜັບສະໜູນ ແລະ ມີຜະລິດຕະພັນຂອງຕົນເອງມີຄວາມຍືນຍົງຫຼາຍຂຶ້ນ ໂດຍຜ່ານການບໍລິການຈັດຫາຄູ່ຮ່ວມທຸລະກິດໃນຂະແໜງການທີ່ກ່ຽວຂ້ອງ, ຈຸດໝາຍປາຍທາງ ແລະ ຜູ້ສະໜອງທີ່ຜ່ານການຮັບຮອງແລ້ວ ສາມາດໄດ້ຮັບຜົນປະໂຫຍດຈາກ ທຣາໂວໄລຟ໌ ຜ່ານການວິເຄາະ ດ້ານການຕະຫຼາດ, ການບໍລິການສ້າງຄູ່ຮ່ວມ ແລະ ການຈັດການການເດີນຫາປະສົບການຮ່ວມມືກັບຄູ່ຮ່ວມງານທີ່ໜ້າເຊື່ອຖືໄດ້ ເພື່ອສົ່ງເສີມການເຂົ້າເຖິງຕະຫຼາດຂອງຜູ້ສະໜອງທີ່ຍືນຍົງ ເຊັ່ນ: PATA, GIZ, ອົງກອນອານຸລັກ SNV ແລະ CBI, ສູນ Dutch ສໍາລັບການສົ່ງເສີມການນໍາເຂົ້າຈາກປະເທດທີ່ກໍາລັງພັດທະນາ.

Page generated in 0.0255 seconds.