Tour Operators and Travel Agents

ລືມລະຫັດຜ່ານບໍ?

Certification procedure

I. ການກະກຽມ ແລະ ການປະກອບຄໍາຮ້ອງໃນການສະໝັກ

ລາຍລະອຽດຂໍ້ມູນຂອງບໍລິສັດ

ອີງຕາມລາຍລະອຽດຂອງບໍລິສັດທີ່ມີຢູ່ໃນ ລະບົບບັນຊີ ອອນລາຍ ຂອງ ທຣາເວວໄລຟ໌ ແລະ ການປະເມີນຕົວເອງນັ້ນ ແມ່ນອີງໃສ່ມາດຕະຖານ  ໃນການຢັ້ງຢືນ ຈາກທຣາເວວໄລຟ໌ “Travellife Certified” ທີ່ບໍລິສັດຈະໄດ້ນຳໃຊ້ສໍາລັບການສະໝັກ.

ການສະເໜີເພື່ອຮັບການຢັ້ງຢືນຄວາມຍືນຍົງ

ຖ້າຫາກຂໍ້ມູນທີ່ປະກອບໄວ້ໃນເຄື່ອງມືການລາຍງານທາງອອນລາຍນັ້ນ ມີຄວາມໝາຍ ແລະ ຄົບຖ້ວນສົມບູນ, ທຣາເວວໄລຟ໌ຈະກະກຽມການສະເໜີຕາມຫຼັກການ ໂດຍອີງໃສ່ເວລາຂອງການກວດສອບ ແລະ ປັດໃຈອື່ນໆ ທີ່ກ່ຽວຂ້ອງກັບການຢັ້ງຢືນ ເຊັ່ນ: ສະຖານທີ່, ພາສາ ແລະ ຂອບເຂດການຢັ້ງຢືນ.ການນຳສະເໜີນີ້ ແມ່ນໄດ້ຮັບການພັດທະນາຕາມຂັ້ນຕອນ ທີ່ເຮັດເປັນເອກະສານ ເຊິ່ງບໍ່ຄ່ອຍຈະນິຍົມໃຊ້ ຫຼື ເລືອກປະຕິບັດຕໍ່ກັບອົງກອນໃດໜຶ່ງຂອງຜູ້ສະໝັກ.

ການກວດສອບທາງອອນລາຍແບບບໍ່ເປັນທາງການ

ໃນກອບຂອງການຢັ້ງຢືນຄັ້ງທໍາອິດ, ສໍານັກງານເລຂາທິການຂອງ ທຣາເວວໄລຟ໌ ຈະດໍາເນີນການກວດສອບທາງອອນລາຍແບບບໍ່ເປັນທາງການກ່ອນ ໂດຍຈຸດປະສົງໃນການກວດສອບທາງອອນລາຍ ແມ່ນເພື່ອຊອກຫາຈຸດອ່ອນໃນເອກະສານປະກອບ ແລະ ຂໍ້ກໍານົດການນໍາໄປປະຕິບັດ. ຜົນໄດ້ຮັບຂອງການກວດສອບທີ່ບໍ່ເປັນທາງການ ຈະອະທິບາຍໃຫ້ອົງກອນຮັບຊາບຜ່ານເຄື່ອງມືການລາຍງານທາງອອນລາຍ ແລະ ໃນຮູບແບບຂອງ "ການລາຍງານຜ່ານຂໍ້ສັງເກດ". ຜົນທີ່ພົບເຫັນໃນລະຫວ່າງການກວດສອບນັ້ນ ອາດຈະນໍາໄປສູ່ການແກ້ໄຂຂໍ້ມູນກ່ອນການຢັ້ງຢືນຄວາມຍືນຍົງໃນເບື້ອງຕົ້ນ, ຖ້າຫາກມີຄວາມຈໍາເປັນ ອົງກອນຕ້ອງຈັດການກັບຄວາມຄາດເຄື່ອນທີ່ພົບເຫັນໃນລະຫວ່າງການກວດສອບຢ່າງບໍ່ເປັນທາງການ ກ່ອນທີ່ຈະມີການກວດສອບການຢັ້ງຢືນຂັ້ນສຸດທ້າຍ ເຊິ່ງຜູ້ກວດສອບຈະທົບທວນຄືນກ່ຽວກັບ ການດໍາເນີນການແກ້ໄຂທີ່ເກີດຈາກການກວດສອບຢ່າງບໍ່ເປັນທາງການ ໃນລະຫວ່າງການດຳເນີນກວດສອບ.

II. ການກວດສອບສຳລັບການຢັ້ງຢືນຄວາມຍືນຍົງ

ປະມານສາມອາທິດກ່ອນການກວດສອບ ການຢັ້ງຢືນຄວາມຍືນຍົງ ຜູ້ກວດສອບ ຂອງ ທຣາເວວໄລຟ໌ ຈະສົ່ງບົດລາຍງານຂອງບໍລິສັດ ແລະ ເອກະສານທີ່ກ່ຽວຂ້ອງໃຫ້ກັບຜູ້ກວດສອບຫຼັກ (ເຊິ່ງໄດ້ຮັບການອະນຸມັດຈາກບໍລິສັດ).

ການກວດສອບຂັ້ນຕອນທີໜຶ່ງ (ທາງອອນລາຍ)

ຈຸດ​ປະ​ສົງ​ຂອງ​ການ​ກວດ​ສອບ​ຂັ້ນ​ທີ​ຫນຶ່ງ​ ແມ່ນ​ເພື່ອ​ກວດ​ສອບ​ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ​ບໍ​ລິ​ສັດ ​ແລະ ​ການ​ກໍາ​ນົດ​ລັກ​ສະ​ນະ​ທີ່​ສໍາ​ຄັນ​ຂອງ​ອົງ​ການຈັດ​ຕັ້ງ ​ຫຼື​ ຄວາມ​ຍືນ​ຍົງ​ຂອງ​ອົງ​ການ​ຈັດ​ຕັ້ງ​. ນອກຈາກນີ້ ຍັງມີຈຸດປະສົງເພື່ອດໍາເນີນການທົບທວນເອກະສານໃນລະຫວ່າງການກວດສອບໃນຂັ້ນຕອນທີ່ຫນຶ່ງ. ຜູ້ກວດສອບອາດຈະຂໍໃຫ້ມີຄໍາຊີ້ແຈງເພີ່ມເຕີມ. ມີການຂຽນບົດລາຍງານກ່ຽວກັບການປະເມີນຜ່ານເອກະສານ ແລະ ສົ່ງໄປທີ່ອົງກອນ ຖ້າຫາກວ່າ ຫຼັກຖານທີ່ສະໜອງໃຫ້ບໍ່ຄົບຖ້ວນສົມບູນຕາມຂໍ້ກໍານົດຂອງມາດຕະຖານແລ້ວ ຜູ້ກວດສອບອາດຈະຂໍ້ໃຫ້ດໍາເນີນການແກ້ໄຂ ກ່ອນທີ່ຈະລົງໄປກວດສອບຢູ່ສະຖານທີ່ປະຕິບັດວຽກງານນັ້ນ, ຫຼັງຈາກການກວດສອບຂັ້ນທີ່ຫນຶ່ງ ຜູ້ກວດສອບຈະໄດ້ກະກຽມແຜນການກວດສອບ ລວມທັງລາຍຊື່ຂອງບຸກຄົນທີ່ຈະສໍາພາດ. ຜົນໄດ້ຮັບຈາກການກວດສອບໃນຂັ້ນຕອນທີຫນຶ່ງນັ້ນ ອາດຈະນໍາໄປສູ່ການລະງັບການກວດສອບໃນຂັ້ນຕອນທີສອງໄດ້.

ການກວດສອບຂັ້ນຕອນທີສອງ

ປະມານສອງອາທິດກ່ອນການກວດສອບ ບໍລິສັດຈະໄດ້ຮັບແຜນການກວດສອບເພື່ອທົບທວນ ແລະ ຂໍ້ຕົກລົງ.

ໃນລະຫວ່າງຂັ້ນຕອນການກວດສອບຮອບທີສອງ ແມ່ນເລື້ອງການຈັດຕັ້ງປະຕິບັດ ແລະ ປະສິດທິພາບຂອງລະບົບການບໍລິຫານຄຸ້ມຄອງ ແລະ ບັນດາມາດຕະຖານ ແລະ ຕົວຊີ້ວັດປະສິດທິພາບດ້ານການຄຸ້ມຄອງຄວາມຍືນຍົງ ຈະໄດ້ຮັບການກວດສອບຄືນໃນສະຖານທີ່ເຮັດວຽກ ໂດຍຜູ້ກວດສອບທີ່ມີຄວາມສາມາດ ໂດຍການນຳໃຊ້ວິທີການສໍາພາດ ແລະ ການເລືອກຕົວຢ່າງຫຼັກຖານຂອງການດໍາເນີນງານ ແລະ ປະສິດທິຜົນຕາມເກນທີ່ກໍານົດ ແລະ ຂໍ້ກໍານົດທີ່ຜ່ານການຢັ້ງຢືນຈາກ ທຣາເວວໄລຟ໌ Travellife Certified. ຄວາມຄາດເຄື່ອນທີ່ກວດພົບໂດຍທີມງານກວດສອບ ແມ່ນຈະຖືກບັນທຶກເກັບໄວ້. ສິ່ງໃດທີ່ພົບເຫັນ ແລ້ວບໍ່ສອດຄ່ອງຕາມຂໍ້ກໍານົດ ແມ່ນຈະຮຽກຮ້ອງໃຫ້ມີການແກ້ໄຂກ່ອນ ເຊັ່ນ: ການກວດສອບການຕິດຕາມຜົນ ຫຼື ການສົ່ງຫຼັກຖານໃຫມ່ ກ່ອນທີ່ຈະອອກໃບຮັບຮອງ. ສະນັ້ນ ຂອບເຂດຂອງການກວດສອບໃນການຕິດຕາມຜົນ ແມ່ນມີຄວາມຈໍາກັດຕໍ່ຂໍ້ກໍານົດທີ່ໄດ້ຮັບຜົນກະທົບຈາກຄວາມບໍ່ສອດຄ່ອງນັ້ນ.

ບົດລາຍງານການກວດສອບ

ອີງຕາມຜົນຂອງການກວດສອບໃນຂັ້ນຕອນທີ 1 ແລະ ຂັ້ນຕອນທີ 2 ຜູ້ກວດສອບຈະກະກຽມຮ່າງບົດລາຍງານຢ່າງເປັນທາງການ ທີ່ລະບຸເຖິງຄວາມສອດຄ່ອງຂອງທຸກເງື່ອນໄຂທັງໝົດທີ່ມີໃນມາດຕະຖານທີ່ໄດ້ກໍານົດ. ສະນັ້ນ ໃນຂໍ້ມູນທີ່ບໍ່ສອດຄ່ອງຕາມຂໍ້ກໍານົດນັ້ນ ແມ່ນຈະສະໜັບສະໜູນໃຫ້ມີການຊີ້ແຈງທີ່ຊັດເຈນ ແລະ ການດໍາເນີນການແກ້ໄຂຕາມກໍານົດເວລາທີ່ແນ່ນອນທີ່ວາງໄວ້. ຮ່າງບົດລາຍງານຈະໄດ້ຖືກແບ່ງປັນໃຫ້ກັບບໍລິສັດອື່ນທີ່ມີສິດທີ່ຈະໃຫ້ຂໍ້ມູນທີ່ຖືກຕ້ອງ. ຫຼັງຈາກຜ່ານການເຫັນດີ ແລະ ຕົກລົງຮ່ວມກັນກ່ຽວກັບຄວາມເປັນຈິງ ແລະ ຂໍ້ສະຫຼຸບທີ່ນໍາສະເຫນີໃນບົດລາຍງານການກວດສອບແລ້ວ ບໍລິສັດຈະລົງນາມໃນບົດລາຍງານເປັນອັນດັບທໍາອິດ ແລະ ຫຼັງຈາກນັ້ນ ຈະແມ່ນຜູ້ກວດສອບ ລົງນາມ ເຊັນໄວ້ເປັນຫຼັກຖານ.

III. ການຢັ້ງຢືນ

ການອອກໃບຢັ້ງຢືນ

ໃບຢັ້ງຢືນ ຈະອອກໃຫ້ຫຼັງຈາກການກວດສອບໄດ້ຂໍ້ສະຫຼຸບຈາກຜູ້ການກວດສອບທີ່ເປັນທາງບວກ ໂດຍຜູ້ຈັດການຝ່າຍການຢັ້ງຢືນຂອງ ທຣາເວວໄລຟ໌. ໃບຢັ້ງຢືນດັ່ງກ່າວ ມີຜົນບັງຄັບໃຊ້ຢ່າງໜ້ອຍເປັນເວລາສອງປີ ເຊິ່ງມີການກວດສອບເປັນປະຈຳໃນແຕ່ລະປີຢູ່ໃນອົງກອນຂອງທ່ານ.

ຂໍ້ຄວນລະວັງໃນການກວດສອບ

ຂໍ້ຄວນລະວັງໃນການກວດສອບ ອາດຈະຈັດຂຶ້ນຢ່າງຫນ້ອຍຫນຶ່ງຄັ້ງໃນທຸກໆສອງປີ (ລະຫວ່າງການກວດສອບ). ກ່ອນທີ່ຈະກວດສອບເບິ່ງຂໍ້ມູນທີ່ກ່ຽວຂ້ອງທັງຫມົດກ່ຽວກັບອົງກອນ ແລະ ຂໍ້ກໍານົດຂອງການຢັ້ງຢືນຈະຕ້ອງໄດ້ຮັບການປັບປຸງຜ່ານລະບົບອອນລາຍ ເພື່ອໃຫ້ມີການປ່ຽນແປງທີ່ສໍາຄັນ ທີ່ອາດຈະມີຜົນກະທົບຕໍ່ຂອບເຂດ ຫຼື ບັນຫາອື່ນໆ ຂອງການຢັ້ງຢືນໃຫ້ອົງກອນ.ນອກ​ເຫນືອ​ໄປ​ຈາກ​ການ​ປ່ຽນ​ແປງ​ທີ່​ສໍາ​ຄັນໃນ​ຂໍ້​ກໍາ​ນົດ​ຂອງ​ມາດ​ຕະ​ຖານ​ໄດ້ຖືກກວດ​ສອບ​ແລ້ວ, ລວມ​ທັງ​ການ​ປັບ​ປຸງ​ຕົວ​ຊີ້​ວັດ​ທີ່​ສໍາ​ຄັນ​, ການ​ນໍາ​ໃຊ້​ໃບ​ຢັ້ງ​ຢືນ​ ແລະ​ ຄໍາ​ຮ້ອງ​ທຸກ​ຕໍ່​ລະ​ບົບການຄຸ້ມຄອງ​ຄວາມ​ຍືນ​ຍົງ​ ແລະ ​ຂໍ້ກໍາ​ນົດ

ໃນກໍລະນີທີ່ບໍ່ເປັນໄປຕາມຂໍ້ກໍານົດ ແມ່ນຈະໃຊ້ຂັ້ນຕອນດຽວກັນກັບການກວດສອບການຢັ້ງຢືນ. ໃນກໍລະນີທີ່ບໍ່ເປັນໄປຕາມຂໍ້ກໍານົດ ຫຼື ມີການລະເມີດໃນສັນຍາການຮັບຮອງທີ່ຮ້າຍແຮງ, ມີຄວາມຊໍ້າຊ້ອນ ຫຼື ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງ ໃບຢັ້ງຢືນດັ່ງກ່າວນັ້ນ ອາດຈະຖືກໂຈະ ຫຼື ຖອນອອກ.

ການຢັ້ງຢືນຄືນໃໝ່

ໃນໄລຍະເວລາສອງປີ ກ່ອນໃບຢັ້ງຢືນຈະຫມົດອາຍຸ, ຕ້ອງມີການກວດສອບການຢັ້ງຢືນຄືນໃໝ່ ເພື່ອຈະຂະຫຍາຍໄລຍະເວລາອອກໄປອີກສອງປີ. ປະສິດທິພາບຂອງລະບົບຄວາມຍືນຍົງທັງໝົດ ແມ່ນຈະໄດ້ຮັບການທົດສອບໃນລະຫວ່າງການກວດສອບ. ການປ່ຽນແປງຂອງເຫດການດັ່ງກ່າວນີ້ ຈະຕ້ອງໄດ້ຮັບການແຈ້ງເຕືອນໂດຍອົງການຈັດຕັ້ງລ່ວງຫນ້າ. ການ​ກວດ​ສອບ​ ຈະດໍາເນີນການໃນລັກ​ສະ​ນະ​ທີ່​ມີການສົມ​ທຽບ​ກັບ​ການ​ກວດ​ສອບໃນຂັ້ນຕອນການຢັ້ງຢືນ.

ຂໍ້ພິພາກສາ ແລະ ການອຸທອນ

ຖ້າຫາກມີເຫດຜົນໃຫ້ກັບອົງການຈັດຕັ້ງ ເພື່ອຈະຊີ້ແຈງ ຫຼື ຮ້ອງຂໍ ຕໍ່ກັບການຕັດສິນຂອງ ທຣາເວວໄລຟ໌, ພວກເຂົາສາມາດຕິດຕໍ່ກັບຜູ້ຈັດການການຢັ້ງຢືນຂອງ ທຣາເວວໄລຟ໌ ໄດ້ໂດຍກົງ. ຖ້າຫາກຄວາມຂັດແຍ່ງດັ່ງກ່າວ ບໍ່ສາມາດແກ້ໄຂໄດ້ ໂດຍຜູ້ຈັດການການຢັ້ງຢືນໃນຄັ້ງນີ້, ອົງກອນອາດຈະນໍາສະເຫນີ ຫຼື ຂຽນຄໍາຮ້ອງ ກ່ຽວກັບກໍລະນີຂອງຕົນຕໍ່ຄະນະກໍາມະການຜູ້ຮັບຜິດຊອບ ເພື່ອພິຈາລະນາຕັດສິນ.

Page generated in 0.0387 seconds.