Tour Operators and Travel Agents

ລືມລະຫັດຜ່ານບໍ?

Destinations

Travelife supports a coordinated approach between international tour operators and destinations aiming to improve sustainability within destinations.

ຈຸດເລີ່ມຕົ້ນຂອງການຮ່ວມມືກັນລະຫວ່າງ ຜູ້ປະກອບການດ້ານການທ່ອງທ່ຽວ, ໜ່ວຍງານປົກຄອງທ້ອງຖິ່ນ ກັບເຈົ້າຂອງທີ່ພັກເຊົານັ້ນ ມັນຈະເປັນວິທີການທີ່ມີປະສິດທິພາບຫຼາຍໃນການພັດທະນາຈຸດໝາຍປາຍທາງໃຫ້ມີຄວາມຍືນຍົງຫຼາຍຂຶ້ນກວ່າເກົ່າ. ຈາກປະສົບການສະແດງໃຫ້ເຫັນວ່າ 20-30% ຂອງບັນດາໂຮງແຮມ ແມ່ນມີຄວາມສົນໃຈໃນການທີ່ຈະໄດ້ຮັບການຢັ້ງຢືນ ຖ້າຫາກໄດ້ຮັບການຮອງຮັບ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກບໍລິສັດທອງທ່ຽວ. 

ຈຸດເລີ່ມຕົ້ນຂອງຈຸດໝາຍປາຍທາງ ຂອງ ທຣາເວວໄລຟ໌ ພວມດຳເນີນຢູ່ໃນຫຼາຍປະເທດ ເຊັ່ນ: ແກເລຍ, ອອສເຕຣຍ, ຕວກກີ, ອີຢິບ, ໄທ, ເຄນຢາ, ສາທາລະນະລັດໂດມິນິກັນ ແລະ ບຣາຊິນ (Bulgaria, Austria, Turkey, Egypt, Thailand, Kenya, Dominican Republic and Brazil) ໃນແຕ່ລະຈຸດໝາຍ ຈະມີຜູ້ປະສານງານຂອງ ທຣາເວວໄລຟ໌ ປະຈໍາຢູ່ທ້ອງຖິ່ນນັ້ນເຊິ່ງໄດ້ຮັບການແຕ່ງຕັ້ງ ເພື່ອກະຕຸ້ນ ແລະ ສະໜັບສະໜູນຜູ້ທີ່ສະໜອງການທ່ອງທ່ຽວໃນທ້ອງຖິ່ນ (ຜູ້ປະກອບການຂາເຂົ້າ, ໂຮງແຮມ, ຜູ້ໃຫ້ບໍລິການການທ່ອງທ່ຽວ) ກ້າວໄປສູ່ຄວາມຍືນຍົງ. ໃນເວລາດຽວກັນຜູ້ປະກອບການ ດ້ານການທ່ອງທ່ຽວຂາອອກ ທີ່ເຂົ້າຮ່ວມຈະແຈ້ງໃຫ້ຄູ່ຮ່ວມງານຂອງພວກເຂົາຮັບຊາບກ່ຽວກັບ ການສະໜັບສະໜູນທີ່ມີຢູ່ ແລະ ກິດຈະກໍາການທີ່ຈະເກີດຂຶ້ນໃນຕໍ່ໜ້າ.

ໃນຖານະທີ່ເປັນຜູ້ໃຫ້ບໍລິການນຳທ່ຽວ, ທ່ານສາມາດລົງທະບຽນໃນນາມທີ່ເປັນຜູ້ເຂົ້າຮ່ວມສໍາລັບ ຈຸດໝາຍປາຍທາງຢ່າງໜ້ອຍ ໜຶ່ງ ແຫ່ງຂຶ້ນໄປ. ສະມາຄົມຈະສະໜັບສະໜູນແນວທາງຂອງຈຸດໝາຍປາຍທາງ ໂດຍການແຈ້ງກ່ຽວກັບຂໍ້ມູນຂ່າວສານ ແລະ ການມີສ່ວນຮ່ວມກັບສະມາຊິກຂອງເຂົາເຈົ້າຢ່າງຈິງຈັງ ຫຼື ຮັບຜິດຊອບໃນການປະສານງານໄປຍັງຈຸດໝາຍປາຍທາງທີ່ຮັບຜິດຊອບ ຢ່າງໜ້ອຍ ໜຶ່ງ ແຫ່ງ.

Page generated in 0.0273 seconds.