ຍິນດີຕ້ອນຮັບສູ່ ລະບົບ ທຣາເວວໄລຟ໌
ທຣາເວວໄລຟ໌ Travelife ແມ່ນລະບົບຊັ້ນນໍາໃນການເຝິກອົບຮົມ, ການບໍລິຫານຄຸ້ມຄອງ ແລະ ເປັນຈຸດເລີ່ມຕົ້ນໃນການໄດ້ຖືກຮັບຮອງ ສໍາລັບບໍລິສັດການທ່ອງທ່ຽວທີ່ມີຄວາມມຸ່ງໝັ້ນກ້າວໄປສູ່ຄວາມສໍາເລັດ ແລະ ການຄຸ້ມຄອງແບບຍືນຍົງ.
ການດໍາເນີນທຸລະກິດຂອງທ່ານ ທີ່ມີລັກສະນະເປັນມິດຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຈະເຮັດໃຫ້ທຸລະກິດດໍາເນີນໄປໃນທາງທີ່ດີຂຶ້ນ ລວມທັງຄວາມຮັບຜິດຊອບອັນຍິ່ງໃຫຍ່ຂອງການເຮັດທຸລະກິດທີ່ຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າ ແລະ ສັງຄົມກໍ່ຕ້ອງການຢາກຮູ້ວ່າ ທ່ານຈັັດການທຸລະກິດຂອງທ່ານແບບໃດ.
ບໍລິສັດທີ່ມີຄວາມພ້ອມໃນການເຮັດທຸລະກິດຂອງຕົນໃຫ້ມີຄວາມຍືນຍົງນັ້ນ ຈະເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈໃນລະດັບສູງທີ່ສຸດ, ປະສິດທິພາບຂອງທຸລະກິດ ແລະ ແຮງຈູງໃຈຂອງພະນັກງານໃນອົງກອນ ຖືວ່າເປັນປັດໄຈທີ່ມີຜົນໃນທາງບວກ ເຊິ່ງເຮັດໃຫ້ໄດ້ປຽບໃນວົງການຂອງທຸລະກິດທີ່ມີການແຂ່ງຂັນກັນສູງ. ການບໍລິຫານຈັດການຄວາມຢືນຍົງ ຖືວ່າເປັນການດໍາເນີນທຸລະກິດທີ່ມີເປົ້າໝາຍຢ່າງສະໝໍ່າສະເໝີ ແລະ ຈະເຮັດໃຫ້ມີຄວາມຍືນຍົງຕໍ່ໄປ. ເຊິ່ງຈະລວມໄປເຖິງຜະລິດຕະພັນຂອງທ່ານ, ວິທີໃນການຕິດຕາມ ແລະ ກວດກາບັນດາຜົນກະທົບຕ່າງໆ ແລະ ການຈັດການບັນຫາຂອງທ່ານ ແລະ ວິທີໃນການສະໜັບສະໜູນການກ້າວສູ່ເສັ້ນທາງແຫ່ງຄວາມຢືນຍົງຂອງທຸລະກິດທີ່ເປັນຄູ່ຮ່ວມຂອງທ່ານ.
ທຣາເວວໄລຟ໌ ສໍາລັບຜູ້ປະກອບການ ການທ່ອງທ່ຽວ
ທຣາເວວໄລຟ໌ ແມ່ນລະບົບທີ່ມີຄວາມຍຸດຕິທໍາ ແລະ ລາຄາບໍ່ແພງ ທີ່ຈະຊ່ວຍໃຫ້ຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ບັນດາຕົວແທນຂອງການທ່ອງທ່ຽວສາມາດບໍລິຫານຈັດການ ແລະ ປັບປຸງໃຫ້ແທດເໝາະກັບຜົນກະທົບຈາກສັງຄົມ ແລະ ສິ່ງແວດລ້ອມ ໂດຍບົນພື້ນຖານການປະຕິບັດຕາມຫຼັກການຂອງຄວາມຍືນຍົງ, ເມື່ອບໍລິສັດຂອງທ່ານມີຄຸນສົມບັດຄົບຖ້ວນຕາມຂໍ້ກໍານົດ ແມ່ນທ່ານຈະໄດ້ຮັບການຢັ້ງຢຶນມາດຕະຖານຄວາມຍືນຍົງ ສຳລັບທຸລະກິດ ຈາກທຣາເວວໄລຟ໌.
ເພື່ອສະໜັບສະໜູນທ່ານໃຫ້ກ້າວສູ່ເສັ້ນທາງແຫ່ງຄວາມຢືນຍົງຂອງທຸລະກິດ, ທຣາເວວໄລຟ໌ ຂໍສະເໜີການໃຫ້ບໍລິການຫຼາຍຮູບແບບ ເຊິ່ງລວມເຖິງ: ການເຝິກອົບຮົມ, ການບໍລິຫານຈັດການ, ການວາງແຜນ, ການເຮັດບົບລາຍງານ ແລະ ເຄື່ອງມືແບບ B2B. ລາຍລະອຽດຂອງຂໍ້ມູນ ແມ່ນສາມາດຄົ້ນພົບໄດ້ໃນ “ເຄື່ອງມື”. 'Tools'.
ການເຂົ້າຮ່ວມ ທຣາເວວໄລຟ໌ ເປັນເລື່ອງທີ່ງ່າຍ!
ການເຂົ້າຮ່ວມໂຄງການ ທຣາເວວໄລຟ໌ ເປັນເລື່ອງທີ່ງ່າຍ ແລະ ມີຄ່າໃຊ້ຈ່າຍທີ່ບໍ່ສູງ. ວິທີການພັດທະນາເວບໄຊທ໌ ທີ່ໃຊ້ງານໄດ້ສະດວກສະບາຍ ເໝາະສໍາລັບບັນດາບໍລິສັດຂະໜາດນ້ອຍ ແລະ ຂະໜາດໃຫຍ່. ຕໍ່ໄປ ພວກເຮົາຈະແນະນໍາທ່ານເຂົ້າສູ່ຂັ້ນຕອນລະອຽດຂອງການກ້າວສູ່ຄວາມສໍາເລັດໃນການຄຸ້ມຄອງຄວາມຍືນຍົງຂອງທຸລະກິດທ່ານ.