Tour Operators and Travel Agents

ລືມລະຫັດຜ່ານບໍ?

Who can join?

ບໍລິສັດນໍາທ່ຽວ ແລະ ບໍລິສັດຕົວແທນການທ່ອງທ່ຽວຕ່າງໆ

ເປົ້າໝາຍຂອງທາງ ທຣາເວວໄລຟ໌ ແມ່ນບັນດາບໍລິສັດໃຫ້ບໍລິການການທ່ອງທ່ຽວຕ່າງໆ  ເນື່ອງຈາກເຂົາເຈົ້າເປັນຜູ້ມີບົດບາດໃນການຕັດສິນໃຈໃນຕ່ອງໂສ້ຜູ້ສະໜອງໃນຂະແໜງການທ່ອງທ່ຽວ.​ ການທີ່ບໍລິສັດຕ່າງໆຈະເຂົ້າຮ່ວມນັ້ນ ແມ່ນຕ້ອງແຕ່ງຕັ້ງບຸກຄົນເພື່ອເປັນຜູ້ນຳພາໃນການຈັດການປະຕິບັດ ວຽກງານການຄຸ້ມຄອງຄວາມຍຶນຍົງ. ເມື່ອລົງທະບຽນເຂົ້າມາມີສ່ວນຮ່ວມແລ້ວ ຜູ້ປະສານງານການທ່ອງທ່ຽວແບບຍືນຍົງຍັງສາມາດ ເອົາພະນັກງານຄົນອື່ນໆເພີ່ມເຂົ້າມາຕື່ມ. ບໍລິສັດທ່ອງທ່ຽວທີ່ເຂົ້າຮ່ວມກັບ ທຣາເວວໄລຟ໌ ໃນຖານະສະມາຊິກຂອງສະມາຄົມທີ່ຈົດທະບຽນກັບ ທຣາເວວໄລຟ໌ ນັ້ນ. ຫາກສະມາຄົມຂອງທ່ານຍັງບໍ່ໄດ້ກ່ຽວຂ້ອງໂດຍກົງ ທ່ານກໍ່ສາມາດເຂົ້າຮ່ວມເປັນສະເພາະບຸກຄົນໄດ້ເຊັ່ນກັນ.

ສະມາຄົມທ່ອງທ່ຽວ
ສະມາຄົນທ່ອງທ່ຽວມີບົດບາດໃນການສົ່ງເສີມສາມາຊິກຂອງຕົນເອງໃຫ້ກ້າວໄປສູ່ຄວາມຍຶນຍົງ. ທຣາເວວໄລຟ໌ ຈະສະໜອງເຄື່ອງມືໃນການສົ່ງເສີມສະມາຊິກຂອງທ່ານ ແລະ ສາມາດສະຫຼຸບລາຍງານຜົນຂອງການປະຕິບັດງານຂອງສະມາຊິກຂອງທ່ານເປັນລາຍບຸກຄົນໄດ້.

ທຣາເວວໄລຟ໌ ສາມາດປັບປ່ຽນເງື່ອນໄຂຕາມຄວາມຕ້ອງການສະເພາະຂອງແຕ່ລະສະມາຄົມ. ບາງສະມາຄົມນຳສະເໜີ ໃຫ້ ທຣາເວວໄລຟ໌ ເປັນລະບົບທີ່ນິຍົມໃຊ້ຂອງສະມາຄົມ ແລະ ບັນດາສະມາຊິກສາມາດສະໝັກເຂົ້າຮ່ວມຕາມຄວາມສະໝັກໃຈ ຫຼື ຄາດຫວັງໃຫ້ສະມາຊິກປະຕິບັດຕາມເງື່ອນໄຂຂັ້ນພື້ນຖານຂອງ ທຣາເວວໄລຟ໌, ຈົນເຖິງປັດຈຸບັນມີສະມາຄົມຫຼາຍກ່ວາ 20 ແຫ່ງ ທີ່ໄດ້ນຳສະເໜີ ລະບົບຂອງ ທຣາເວວໄລຟ໌ ໃຫ້ແກ່ສະມາຊິກຂອງເຂົາເຈົ້າ.

ສະຖານທີ່ພັກແຮມ
ໂຮງແຮມຂອງທ່ານຈະໄດ້ຮັບຜົນປະໂຫຍດຈາກລະບົບຂອງ ທຣາເວວໄລຟ໌ ໂດຍຜ່ານການເຂົ້າຮ່ວມໃນລະບົບ ທຣາເວວໄລຟ໌ Travelife Sustainable System ການຄຸ້ມຄອງຄວາມຍືນຍົງ ສຳລັບໂຮງແຮມ.​ ລະບົບນີ້ໄດ້ສົ່ງເສີມ ແລະ ຕອບແທນລາງວັນແກ່ຄວາມພະຍາມຂອງທ່ານໃນການເຮັດໃຫ້ເກີດຄວາມຍືນຍົງ ແລະ ຍັງມີການປຽບທຽບການປະຕິບັດງານຂອງທ່ານ ກັບ ອົງກອນອື່ນໆ

For more information click here.  ຄລິກທີ່ນີ້ສຳລັບຂໍ້ມຸນເພີ່ມເຕີມ

ສະຖາບັນການສຶກສາ
ບັນດາເຄື່ອງມືຂອງ ທຣາເວວໄລຟ໌ ແມ່ນມີເປັນປະໂຫຍດຫຼາຍຕໍ່ກັບຫຼັກສູດການຮຽນ-ການສອນເລື່ອງການທ່ອງທ່ຽວແບບຍືນຍົງ. ນັກສຶກສາທີ່ໄດ້ຮັບໃບຮັບໃບຢັ້ງຢືນຈາກ ທຣາເວວໄລຟ໌ ຈະໄດ້ຮັບຜົນປະໂຫຍດໂດຍກົງໃນການປະກອບອາຊີບຂອງເຂົາເຈົ້າ. ມີບໍລິສັດທ່ອງທ່ຽວຫຼາຍແຫ່ງ ທີ່ມີຄວາມຕ້ອງການຮັບພະນັກງານຜູ້ທີ່ມີຄວາມຮູ້ພື້ນຖານ ແລະ ມີຄວາມເຂົ້າໃຈຕໍ່ກັບຄວາມຍືນຍົງເພີ່ມຂຶ້ນເລື້ອຍໆ ແລະ ຫຼັກການ CSR. ໃນຖານະເປັນສະຖາບັນການສຶກສາ ທ່ານຈະສາມາດບໍລິຫານ ແລະ ກວດສອບນັກສຶກສາຂອງທ່ານໄດ້ ພ້ອມກັນນີ້ທ່ານຍັງສາມາດເຂົ້າເຖິງເຄື່ອງມືການລາຍງານ ແລະ ການວາງແຜນການຈັດການຮຽນ-ການສອນ ເພື່ອສ້າງປະສົບການຮຽນຮູ້ໃຫ້ແກ່ນັກສຶກສາ.

ນັກສຶກສາ
ຖ້າຫາກທ່ານຍັງເປັນນັກສຶກສາ ທ່ານສາມາດເຂົ້າຮ່ວມການຂອງທຣາເວວໄລຟ໌ ແລະ ປະຕິບັດຕາມບົດຮຽນທີ່ໄດ້ຈາກການເຂົ້າຮ່ວມດັ່ງກ່າວ ພ້ອມທັງຈະໄດ້ຮັບໃບຢັ້ງຢືນຈາກພວກເຮົາເພື່ອຢືນຢັນວ່າເປັນບຸກຄົນທີ່ມີຄວາມສາມາດພຽງພໍ ໃນການທີ່ຈະເຮັດໜ້າທີ່ເປັນຜູ້ປະສານງານດ້ານຄວາມຍືນຍົງຂອງບໍລິສັດທ່ອງທ່ຽວ. ທ່ານສາມາດເຂົ້າຮ່ວມສະຖາບັນຂອງທ່ານທີ່ຮ່ວມງານກັບ ທຣາເວວໄລຟ໌ ຫຼື ສາມາດເຂົ້າຮ່ວມໂດຍກົງແບບສ່ວນຕົວກັບພວກເຮົາໄດ້ເຊັ່ນກັນ.

ປາຍທາງການທ່ອງທ່ຽວ
ຈຸດໝາຍປາຍທາງການທ່ອງທ່ຽວ ຄືຫົວໃຈສຳຄັນຂອງການພັດທະນາການທ່ອງທ່ຽວແບບຍືນຍົງ. ການສ້າງຈຸດໝາຍປາຍທາງທີ່ມີຄວາມຍືນຍົງໃຫ້ຫຼາຍຂຶ້ນເທົ່າໃດນັ້ນຈະເປັນຜົນດີຕໍ່ກັບການທ່ອງທ່ຽວຫຼາຍທີ່ສຸດ ຫາກພາກສ່ວນຕ່າງໆມີການຮ່ວມມືກັນຢ່າງໃກ້ຊິດ ເປັນຕົ້ນແມ່ນ ຜູ້ປະກອບການ, ຄູ່ຮ່ວມທຸລະກິດ ແລະ ໜ່ວຍງານພາກລັດໃນທ້ອງຖິ່ນ. ທຣາເວວໄລຟ໌ ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືດັ່ງກ່າວ ເຊິ່ງທີ່ຜ່ານມາ ທຣາເວວໄລຟ໌ ໄດ້ມີການເຮັດວຽກຮ່ວມກັບໜ່ວຍງານລັດ ແລະ ພາກທຸລະກິດທ້ອງຖິ່ນ ເພື່ອພັດທະນາວຽກງານນີ້ໃນຫຼາຍປະເທດມາແລ້ວ ເປັນຕົ້ນແມ່ນ ອອສເຕຣີຍ, ອີຕາລີ, ຕວກກີ, ໄທ ແລະ ເອຢິບ.

ປາຍທາງການທ່ອງທ່ຽວຍັງສາມາດແຈ້ງຂໍ້ມູນດ້ານຄວາມຍືນຍົງຂອງຕົນເອງ ໃຫ້ແກ່ບັນດາບໍລິສັດ ແລະ “ຄູ່ຮ່ວມງານ ທຣາເວວໄລຟ໌” ຜູ້ທີ່ກຳລັງຊອກຫາປາຍທາງການເດີນທາງທີ່ມີຄວາມຍືນຍົງ. ທຣາເວວໄລຟ໌ ສາມາດຈັດກິດຈະກຳປະຊາສຳພັນສົ່ງເສີມການຂາຍຂອງຕົນໃຫ້ຫຼາຍຂຶ້ນ ຕາມການສະເໜີຂອງສະມາຊິກ

 

Page generated in 0.0251 seconds.