ສຳລັບຜູ້ປະກອບການ ການທ່ອງທ່ຽວ, ບໍລິສັດຕົວແທນທ່ອງທ່ຽວ, ນັກສຶກສາ ແລະ ພາກສ່ວນອື່ນໆ ແມ່ນສາມາດລົງທະບຽນແບບອອນລາຍໄດ້. ສ່ວນສະມາຄົມທ່ອງທ່ຽວ ແລະ ສະຖາບັນການສຶກສາ ຫາກຕ້ອງການລົງທະບຽນ ແມ່ນຕ້ອງຕິດຕໍ່ຜ່ານທາງ ທຣາເວວໄລຟ໌ ເທົ່ານັ້ນ.
ໃບສະໝັກຂອງທ່ານ ແມ່ນຈະຖືກກວດສອບ ແລະ ປະເມີນໂດຍສະມາຄົມການທ່ອງທ່ຽວແຫ່ງຊາດ ຫຼື ສະຖາບັນການສຶກສາຂອງທ່ານ (ຫາກສະຖາບັນເຫຼົ່ານັ້ນໄດ້ເຂົ້າຮ່ວມກັບ ທຣາເວວໄລຟ໌ ມາກ່ອນແລ້ວ) ໃນກໍລະນີທີ່ຍັງບໍ່ທັນໄດ້ເຂົ້າຮ່ວມ ຫຼື ທ່ານບໍ່ໄດ້ສະໝັກໃນນາມບໍລິສັດ ຫຼື ນັກສຶກສານັ້ນ ສຳນັກງານເລຂາທິການຂອງ ທຣາເວວໄລຟ໌ ຈະເປັນຜູ້ປະເມີນໃບສະໝັກຂອງທ່ານເອງ.
ພາຍຫຼັງເອກະສານສະໝັກຂອງທ່ານໄດ້ຖືກອະນຸມັດແລ້ວ ທ່ານຈະຕ້ອງໄດ້ຊຳລະຄ່າທຳນຽມການເປັນສະມາຊິກ ເພື່ອຮັບຜົນປະໂຫຍດຈາກການບໍລິການຕ່າງໆ ແລະ ການບໍລິການການຄຸ້ມຄອງ ຈາກທາງ ທຣາເວວໄລຟ໌.