ທຣາເວວໄລຟ໌ ໄດ້ຮັບການສະໜັບສະໜູນຈາກ ECTAA ເຊິ່ງເປັນໂຄງການໃນເຄືອຂ່າຍຂອງສະມາຄົມນັກງານທ່ອງທ່ຽວລະດັບປະເທດ ແລະ ສະມາຄົມຜູ້ປະກອບການທ່ອງທ່ຽວພາຍໃນສະຫະພາບເອີລົບ. ສະມາຊິກຂອງ ECTAA ສ່ວນໃຫຍ່ແມ່ນໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບ ທຣາເວວໄລຟ໌. ພວກເຂົາສົ່ງເສີມການ ແລະ ການສຳຫຼວດການເດີນທາງພາຍໃນກຸ່ມສະມາຊິກຢ່າງຈິງຈັງ. ສຳລັບທະວີບອາຊີ ທຣາເວວໄລຟ໌ Travelife ໄດ້ລົງນາມຄວາມຮ່ວມມືຍຸດທະສາດຮ່ວມກັບ PATA ສະມາຄົມນອກທະວີບເອີລົບ ເຊິ່ງມີຈໍານວນເພີ່ມຂຶ້ນເລື້ອຍໆ, ພ້ອມກັນນັ້ນ ຍັງໄດ້ມີການລົງນາມຂໍ້ຕົກລົງຄວາມຮ່ວມມື ແລະ ສະໜັບສະໜູນເຄື່ອງມືສຳລັບສ້າງຄວາມຍືນຍົງໃຫ້ແກ່ສະມາຊິກຂອງ ທຣາເວວໄລຟ໌
ລະບົບຂອງ ທຣາເວວໄລຟ໌ ໄດ້ຂະຫຍາຍຢ່າງແພ່ຫຼາຍ ແລະ ມີການສະໜັບສະໜູນໃນລະດັບສາກົນເຊິ່ງນຳໃຊ້ໃນທົ່ວພາກອຸດສາຫະກຳ. ຂະບວນການນີ້ໄດ້ສ້າງຄວາມປ່ຽນແປງໂດຍການເກີດມີ “ການແຂ່ງຂັນທີ່ເທົ່າທຽມ” ຂອງພາກ ສ່ວນຕ່າງໆໃນຕ່ອງໂສ້ອຸດສາຫະກຳການທ່ອງທ່ຽວ ທັງຍັງໄດ້ຫຼີກລ່ຽງຄວາມສັບສົນພາຍໃນກຸ່ມສະມາຊິກນຳອີກ