Tour Operators and Travel Agents

ລືມລະຫັດຜ່ານບໍ?

Working with suppliers

The sustainability of your travel company largely depends on the environmental and social impacts of your suppliers

ເພື່ອບັນລຸເປົ້າໝາຍຄວາມຍືນຍົງຂອງທ່ານຢ່າງເຕັມທີ່ ທ່ານສາມາດສະໜັບສະໜູນການສ້າງແຮງຈູງໃຈສໍາລັບການປະຕິບັດທີ່ດີຕໍ່ກັບຜູ້ສະໜອງຂອງທ່ານ, ຕ້ອງສື່ສານໃຫ້ຮູ້ວ່າເປັນຫຍັງບໍລິສັດຂອງທ່ານ ຈຶ່ງເລືອກທີ່ຈະກໍານົດມາດຕະຖານທີ່ຄຸ້ມຄອງຄວາມຍືນຍົງທີ່ແນ່ນອນ ແລະ ດ້ວຍການສະແດງໃຫ້ເຫັນເຖິງຄຸນຄ່າຂອງການບໍລິຫານຄຸ້ມຄອງແບບຍືນຍົງ.

ຜູ້ສະໜອງໃນເຂື່ອຄ່າຍຂອງການບໍລິການໃນການສະໜອງຂໍ້ມູນ ດ້ານການທ່ອງທ່ຽວ ແມ່ນມີຄວາມຊັບຊ້ອນ ແລະ ແຕກຕ່າງກັນຫຼາຍໃນຕ່ອງໂສ້ຜູ້ສະໜອງແຕ່ລະປະເພດ ເຊັ່ນ: ການຂົນສົ່ງ, ທີ່ພັກແຮມ ແລະ ກິດຈະກໍາຕ່າງໆ, ລວມໄປເຖິງການສະໜອງສິ່ງເລັກໆນ້ອຍໆໃນວັນພັກໃຫ້ກັບລູກຄ້າ. ແນວທາງການປະຕິບັດແບບເທື່ອລະລາຍການຂອງຜູ້ສະໜອງ ຈະເຮັດໃຫ້ມີຄ່າສີ້ນເປືອງ ແລະ ຄ່າໃຊ້ເວລາຫຼາຍ. ເພື່ອສ້າງແຮງຈູງໃຈ ແລະ ປະເມີນ ຜູ້ສະໜອງທັງໝົດ, ການເຮັດວຽກຮ່ວມກັບບໍລິສັດທ່ອງທ່ຽວ ອື່ນໆ ຈະເຮັດໃຫ້ມີປະສິດທິພາບຫຼາຍຂຶ້ນ, ໂດຍການແບ່ງປັນຂໍ້ມູນເລື່ອງຜົນໄດ້ຮັບ ຈາກການປະເມີນ ທີ່ໄດ້ມາດຕະຖານ ແລະ ນຳໃຊ້ການສື່ສານໃນຮູບແບບດຽວກັນ.

ທຣາເວວໄລຟ໌ ໄດ້ມີແນວທາງໃນການອໍານວຍຄວາມສະດວກຫຼາຍຢ່າງ ດ້ວຍການນໍາສະເໜີເຄື່ອງມື ໃນການການເຝິກອົບຮົມ, ການສື່ສານ, ການປະເມີນຜົນ ແລະ ການແລກປ່ຽນຂໍ້ມູນຂ່າວສານ ຫຼາຍຢ່າງ. ສິ່ງເຫຼົ່ານີ້ ຈະຊ່ວຍສ້າງແຮງຈູງໃຈໃຫ້ທ່ານໃນການບັນລຸຄວາມຍືນຍົງໄດ້ຢ່າງມີປະສິດທິພາບ. ເຊິ່ງສິ່ງເຫຼົ່ານີ້ແມ່ນມີຄວາມພ້ອມສໍາລັບຜູ້ປະກອບການທາງດ້ານ ທີ່ພັກແຮມ, ບໍລິສັດທ່ອງທ່ຽວຂາເຂົ້າ ແລະ ສະຖານທີ່ປາຍທາງ ທີ່ສົນໃຈຈະເຂົ້າມາຮ່ວມ.

Page generated in 0.0391 seconds.