ໂປຼແກຼມການຢັ້ງຢືນຂອງ ທຣາເວວໄລຟ໌ ມີວິການປະຕິບັດຢູ່ 3 ຂັ້ນຕອນ ດັ່ງນີ້:
ໃນຂັ້ນຕອນທໍາອິດ, ບໍລິສັດຕ້ອງມີຄວາມມຸ່ງໝັ້ນ ແລະ ແນະນໍາຂັ້ນຕອນການຄຸ້ມຄອງທີ່ເໝາະສົມ. ແຕ່ງຕັ້ງຜູ້ປະສານງານດ້ານຄວາມຍືນຍົງຂຶ້ນ ໂດຍຈະໄດ້ຮັບການເບື້ອງຕົ້ນ ແລະ ໃດ້ຮັບ ໃບຢັ້ງຢືນຈາກ ທຣາເວວໄລຟ໌ ຫຼັງຈາກທີ່ໄດ້ສຳເຫຼັດການ ແລະ ການດໍາເນີນການຕາມແນວທາງປະຕິບັດທີ່ດີໃນຊ່ວງໄລຍະຂອງ ' ການເຂົ້າມາມີສ່ວນຮ່ວມ' ນີ້, ບໍລິສັດຈະຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ.
ອີງຕາມບົດລາຍງານຄວາມຍືນຍົງ ແລະ ການປະຕິບັດຕາມຂໍ້ກໍານົດພື້ນຖານທີ່ປະເມີນໂດຍ ທຣາເວວໄລຟ໌, ບໍລິສັດຈະເລື່ອນສະຖານະພາບມາເປັນ ຄູ່ຮ່ວມງານຂອງ ທຣາເວວໄລຟ໌. ສະຖານະນີ້ ຈະຊ່ວຍເຮັດໃຫ້ບໍລິສັດສາມາດສ້າງຄວາມມຸ່ງໝັ້ນ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ກ້າວໄປສູ່ຄວາມສຳເລັດດ້ານຄວາມຍືນຍົງ ດ້ວຍການໄດ້ຮັບ ໂລໂກ້ “ ຄູ່ຮ່ວມງານຂອງ ທຣາເວວໄລຟ໌” ( Travellife Partner) . ສະນັ້ນແລ້ວບໍລິສັດມີຄຸນສົມບັດທີ່ຈະເຮັດວຽກຕາມແຕ່ລະຂັ້ນຕອນ ຈົນກ້າວໄປສູ່ຂັ້ນຕອນສຸດທ້າຍ.
ໃນຂັ້ນຕອນທີສາມນີ້, ແມ່ນການປະຕິບັດຕາມມາດຕະຖານສາກົນຂອງ ການໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກ ທຣາເວວໄລຟ໌ ສໍາລັບບໍລິສັດທ່ອງທ່ຽວ ຈະໄດ້ຮັບການປະເມີນ ໂດຍຜູ້ກວດສອບຈາກອົງການພາຍນອກ ໂດຍອີງໃສ່ການປະເມີນຕົວຈິງຢູ່ໃນສະຖານທີ່ນັ້ນ. ຂໍ້ກໍານົດດັ່ງກ່າວມີຄວາມເຂັ້ມແຂງກວ່າຂໍ້ກໍານົດພື້ນຖານຂອງມາດຕະຖານ ໃນຂັ້ນທີ່ ສອງ “ຄູ່ຮ່ວມງານຂອງ ທຣາເວວໄລຟ໌” (Travellife Partner) ແລະ ໃນຂັ້ນຕອນທີ່ສາມນີ້ມາດຕະຖານຈະ ສອດຄ່ອງກັບເງື່ອນໄຂຂອງສະພາການທ່ອງທ່ຽວແບບຍືນຍົງທົ່ວໂລກ (GSTC) ແລະ ໄດ້ຮັບການຍອມຮັບຢ່າງເປັນທາງການຈາກ ສະພາການທ່ອງທ່ຽວແບບຍືນຍົງທົ່ວໂລກ (GSTC). ເມື່ອສໍາເລັດຂັ້ນຕອນທີ ສາມ ແລ້ວ ແມ່ນຈະໄດ້ຮັບລາງວັນ “ການຢັ້ງຢືນຈາກ ທຣາເວວໄລຟ໌” Travellife Certified.
ດ້ວຍການຢັ້ງຢືນຂອງລາງວັນທີ່ມີໂລໂກ້ ຂອງ ທຣາເວວໄລຟ໌ “Travellife Certified” ນີ້ແມ່ນຄວາມສາມາດຂອງທ່ານ, ທ່ານສາມາດສື່ສານຄວາມເປັນເລີດຂອງທ່ານທາງດ້ານຄວາມຍືນຍົງໃຫ້ກັບລູກຄ້າຂອງທ່ານຮັບຮູ້ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງໃນຕ່ອງໂສ້ຜູ້ສະໜອງທັງໝົດ.